ນະໂຍບາຍຄວາມເປັນສ່ວນຕົວຂອງ WA Notify

ນີ້​ແມ່ນ​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ທີ່​ນຳ​ໃຊ້​ກັບ WA Notify (ການ​ແຈ້ງ​ເຕືອນ Washington), ເຊິ່ງ​ແມ່ນເຕັກ​ໂນ​ໂລ​ຊີ​ການ​ແຈ້ງ​ເຕືອນການ​ຕິດ​ເຊື້ອ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດ​ວໍ​ຊິງ​ຕັນ. WA Notify ໄດ້​ຖືກ​ສ້າ​ງຂຶ້ນຈາກ​ການ​ກຳ​ກັບ​ດູ​ແລ ແລະ ຮັບ​ຮອງ​ຂອງ Department of Health (DOH, ພະແນກສາທາລະນະສຸກ) ຂອງລັດວໍ​ຊິງ​ຕັນ.

ພວກເຮົາເກັບເອົາ ແລະ ນຳໃຊ້ຂໍ້ມູນຫຍັງແດ່?

ຂໍ້​ມູນ​​ຕໍ່​ໄປ​ນີ້​ອາດຈະ​ຖືກ​ເກັບເອົາ​ຢູ່ໃນ WA Notify:

  • ການ​ດາວ​ໂຫຼດ ຫຼື ເປີດ​ໃຊ້​ງານ WA Notify
  • ການຮັບການແຈ້ງເຕືອນຄວາມສ່ຽງຕິດເຊື້ອ.
  • ການ​ສົ່ງ​ລະ​ຫັດ​ການ​ຢືນ​ຢັນ ຫຼື ລິ້ງ​ການ​ຢືນ​ຢັນ.
  • ການ​ອັບ​ໂຫຼດ​ລະ​ຫັດ​ແບບ​ສຸ່ມ​ສຳ​ລັບ​ຜູ້​ໃຊ້​ງານຕິດ​ເຊື້ອ​ທີ່​ໄດ້​ຖືກ​ເລືອກ​ໃຫ້​ແຈ້ງ​ເຕືອນ​ຜູ້​ອື່ນ.

Department of Health (DOH, ພະແນກສາທາລະນະສຸກ) ຂອງລັດວໍ​ຊິງ​ຕັນນຳ​ໃຊ້​ຂໍ້​ມູນ​ເຫດ​ການ​ຂ້າງ​ເທິງ​ເພື່ອ​ໃຫ້​ເຂົ້າ​ໃຈ​ຕໍ່​ກັບ​ວິ​ທີ​ການ​ນນຳ​ໃຊ້ WA Notify. ຂໍ້​ມູນນີ້​ອາດ​ຈະ​ຖືກ​ແບ່ງ​ປັນ​ກັບ DOH ໜ່ວຍ​ງານ​ສາ​ທາ​ລະ​ນະ​ສຸກ ຫຼື ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ. ມັນ​ອາດ​ຈະ​ຖືກ​ໃຊ້ໃນ​​ແບບ​ຟອມການ​ຮວບ​ຮວມ​ເພື່ອ​ຈຸດ​ປະ​ສົງ​ດ້ານ​ສະ​ຖິ​ຕິ ຫຼື ການ​ຄົ້ນ​ຄວ້າ​ທາງວິ​ທະ​ຍາ​ສາດ. ຂໍ້​ມູນນີ້​ບໍ່​ລວມ​ເອົາ​ຂໍ້​ມູນ​ສ່ວນ​ຕົວ ຫຼື ທີ່​ຢູ່ ຫຼື ​ມັນຈະ​ບໍ່​ຖືກ​ນຳໃຊ້​ເພື່ອ​ລະ​ບຸ​ຕົວ​ຕົນ​ຜູ້​ໃຊ້ງານ WA Notify.

ເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງ Google ແລະ Apple, WA Notify ຖືກອອກແບບເພື່ອປົກປ້ອງ ຄວາມເປັນສ່ວນຕົວຂອງຜູ້ໃຊ້ຖືເປັນບູລິມະສິດອັນດັບໜຶ່ງ. WA Notify ສ້າງຂໍ້ມູນອົງປະກອບເຫຼົ່ານີ້ຂຶ້ນ, ເຊິ່ງບໍ່ມີຂໍ້ມູນທີ່ສາມາດລະບຸກ່ຽວ​ກັບທ່ານ:

ລະຫັດແບບສຸ່ມ

  • ລະຫັດແບບສຸ່ມຈະຖືກແບ່ງປັນຜ່ານ Bluetooth ລະຫວ່າງໂທລະສັບຂອງຜູ້ໃຊ້ WA Notify ເມື່ອພວກເຂົາຢູ່ໃກ້ກັນ.
  • ລະຫັດແບບສຸ່ມຈະຖືກສ້າງ​ຂື້ນ ແລະ ເກັບໄວ້ໃນໂທລະສັບຂອງທ່ານ, ບໍ່ແມ່ນໂດຍ WA Notify.
  • ລະຫັດແບບສຸ່ມຈະຖືກໃຊ້ເພື່ອອະນຸຍາດໃຫ້ WA Notify ແລະ ໂທລະສັບຂອງທ່ານກວດສອບ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຕິດ​ເຊື້​ອ​ພະ​ຍາດ COVID-19.
  • ລະຫັດແບບສຸ່ມຈະຖືກເກັບໄວ້ເປັນເວລາສູງ​ສຸດ 14 ວັນ.

ລະຫັດ ແລະ ລິ້ງການຢືນຢັນ

  • ຖ້າທ່ານກວດພົບຕິດ​ເຊື້​ອ​ພະ​ຍາດ COVID-19 ແລະ ​ພະ​ນັກ​ງານບາງ​ຄົນ​ໃນໜ່ວຍ​ງານ​ສ​າ​ທາ​ລະ​ນະ​ສຸກ​ທ້ອງ​ຖິ່ນຈະໂທ​ຫາ​ທ່ານ, ພວກເຂົາຈະຖາມວ່າທ່ານກຳລັງໃຊ້ WA Notify ບໍ່. ຖ້າທ່ານໃຊ້, ພວກເຂົາຈະໃຫ້ລິ້ງ ຫຼື ລະ​ຫັດຢືນຢັນເພື່ອໃຫ້ທ່ານໄດ້ປ້ອນເຂົ້າໃນ WA Notify.
  • DOH ຍັງ​ຈະສົ່ງ​ການ​ແຈ້ງ​ເຕືອນ​ແບບ​ສະ​ແດງ​ຂຶ້ນ ແລະ/ຫຼື ຂໍ້​ຄວາມ​ພ້ອ​ມ​ກັບລິ້ງຢືນ​ຢັນ​ໃຫ້​ກັບ​ທຸກ​ຄົນ​ທີ່​ໄດ້​ກວດ​ພົບ​ພະ​ຍາດ​ໂຄວິດ-19 ເພື່ອ​ໃຫ້​ຜູ້​ໃຊ້ WA Notify ສາ​ມາດ​ແຈ້ງ​ເຕືອນ​ຜູ້​ໃຊ້​ງານ​ຄົນ​ອື່ນ​ກ່ຽວ​ກັບ​ການ​ຕິດ​ເຊື້ອ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ຢ່າງໄວ​ວາ ແລະ ບໍ່​ລະ​ບຸຊື່​ໄດ້.
    • ການ​ກົດ​ການ​ແຈ້ງ​ເຕືອນ ຫຼື ກົດໃສ່ລິ້ງການຢືນຢັນຂອງທ່ານຊ່ວຍໃຫ້ລະຫັດແບບສຸ່ມຂອງ ທ່ານສາມາດແບ່ງປັນໄດ້ເພື່ອເຮັດໃຫ້ຜູ້ໃຊ້ WA Notify ຄົນອື່ນທີ່ທ່ານຢູ່ໃກ້ໄດ້ຮັບການ ແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ວ່າພວກເຂົາອາດຈະໄດ້ສຳ​ຜັດກັບເຊື້ອ​ພະ​ຍາດແລ້ວ.
    • DOH ສົ່ງຂໍ້ຄວາມພ້ອມ​ກັບ​ລິ້ງການຢືນ​ຢັນໄປຫາທຸກຄົນທີ່ກວດພົບເຊື້ອພະຍາດໂຄວິດ-19 ເພາະວ່າພວກເຮົາບໍ່ຮູ້ວ່າແມ່ນໃຜໃຊ້ WA Notify. ຖ້າທ່ານບໍ່ແມ່ນຜູ້ໃຊ້ WA Notify, ທ່ານບໍ່ຕ້ອງສົນໃຈຂໍ້ຄວາມນີ້.
    • ທ່ານລອງຕັດສິນໃຈເບິ່ງວ່າຈະກົດໃສ່ ຫຼື ບໍ່ກົດໃສ່ການ​ແຈ້ງ​ເຕືອນ ຫຼື ຄ​ລິກລິ້ງການຢືນ ຢັນເພື່ອ​ແຈ້ງ​ເຕືອນຜູ້ໃຊ້ WA Notify ຄົນອື່ນແບບບໍ່​ລະ​ບຸ​ຊື່.

ບັນທຶກການນຳໃຊ້

  • ເຊັ່ນດຽວກັບເກືອບທຸກແອັບ ຫຼື ບໍລິການອິນເຕີເນັດ, WA Notify ສ້າງບັນທຶກໂດຍອັດຕະໂນມັດ ເມື່ອທ່ານໃຊ້ບໍລິການ. ບັນທຶກເຫຼົ່ານີ້ລວມມີຂໍ້ມູນບາງຢ່າງກ່ຽວກັບໂທລະສັບຂອງທ່ານ. ພວກເຮົາ ໃຊ້ຂໍ້ມູນນີ້ເພື່ອແກ້ໄຂບັນຫາຕ່າງໆກັບ WA Notify.
  • ບັນທຶກເຫຼົ່ານີ້ບໍ່ໄດ້ລວມເອົາລະຫັດແບບສຸ່ມ ຫຼື ລິ້ງ ຫຼື ລະ​ຫັດການຢືນຢັນ ແລະ ບໍ່ສາມາດຖືກນຳ ໃຊ້ເພື່ອຜູກ​ກັບລະຫັດປະເພດໃດໜຶ່ງກັບທ່ານ ຫຼື ໂທລະສັບຂອງທ່ານ.
  • ບັນທຶກເຫຼົ່ານີ້ຈະຖືກລຶບໂດຍອັດຕະໂນມັດ 14 ວັນຫຼັງຈາກສ້າງຂຶ້ນ.

ຂໍ້ມູນການວິເຄາະ

  • ຖ້າທ່ານເລືອກທີ່ຈະເປີດໃຊ້ການວິເຄາະພິເສດ, ຂໍ້ມູນລວມຈະຖືກແບ່ງປັນກັບ DOH ເພື່ອຊ່ວຍ ປັບປຸງແອັບ.
  • ຂໍ້ມູນນີ້ປະກອບມີສະຖິຕິກ່ຽວກັບການນຳໃຊ້ແອັບ. ມັນບໍ່ລວມຂໍ້ມູນໃດໆທີ່ສາມາດຖືກນຳໃຊ້ເພື່ອລະ​ບຸຕົວທ່ານ.
  • ທ່ານສາມາດເລືອກທີ່ຈະບໍ່ແບ່ງປັນຂໍ້ມູນນີ້ໂດຍການປິດການແບ່ງປັນການວິເຄາະໃນແອັບ.

ຕາມການອອກແບບ, WA Notify ບໍ່ເກັບເອົາຂໍ້ມູນທີ່ຕັ້ງຈາກໂທ​ລະ​ສັບຂອງທ່ານ ແລະ ບໍ່ເກັບເອົາ ຫຼື ແບ່ງປັນຂໍ້ມູນທີ່ຜູກມັດທ່ານ ຫຼື ໂທ​ລະ​ສັບ​ຂອງ​ທ່ານໄປຍັງລະຫັດແບບ​ສຸ່ມ ຫຼື ລະຫັດການຢືນ ຢັນ.

ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ທ່ານ​ຂໍ​ລະ​ຫັດ​ການ​ຢືນ​ຢັນ:

ຜູ້​ໃຊ້ WA Notify ທີ່​ກວດພົບ​ວ່າ​ຕິດ​ເຊື້ອ​ໂຄວິດ​-19 ຢູ່​ເຮືອນ​ອາດ​ຈະ​ຂໍ​ລະ​ຫັດ​ຢືນ​ຢັນໃນ WA Notify ເພື່ອ​ແຈ້ງ​ເຕືອນ​ຜູ້​ໃຊ້ WA Notify ຄົນ​ອື່ນ​ກ່ຽວ​ກັບ​ການ​ຕິດ​ເຊື້ອ​ທີ່​ເປັນ​ໄປ​ໄດ້​ແບບບໍ່​ລະ​ບຸ​ຕົວ​ຕົນ. ເພື່ອ​ໃຫ້​ໄດ້​ຮັບ​ລະ​ຫັດ​ຢືນ​ຢັນ, ຜູ້​ໃຊ້ WA Notify ຕ້ອງ​ປ້ອນ​ວັນ​ທີ​​ຜົນ​ກວດເປັນ​ບວກ ແລະ ເບີ​ໂທ​ລະ​ສັບ​ຂອງ​ພວກ​ເຂົາ. ຕ້ອງ​ໃຊ້​ອຸ​ປະ​ກອນ​ດຽວ​ກັນ​ທີ່​ໃຊ້​ຂໍ​ລະ​ຫັດ​ເພື່ອ​ປ້ອນ​ລະ​ຫັດ​ຢືນ​ຢັນ ຫຼື ກົດ​ລິ້ງ​ຢືນ​ຢັນ​ເພື່ອ​ແຈ້ງ​ເຕືອນ​ຜູ້​ໃຊ້ WA Notify ຄົນ​ອື່ນ​ແບບບໍ່​ລະ​ບຸ​ຊ່ື່​ກ່ຽວ​ກັບ​ການ​ຕິດ​ເຊື້ອ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້.

ເພື່ອ​ປ້ອງ​ກັນ​ການລາຍ​ງານ​ຊ້ຳ​ກ່ຽວ​ກັບ​ຜົນ​ກວດ​ອັນ​ດຽວ​ກັນ, WA Notify ຈັດ​ເກັບໝາຍ​ເລກ​ໂທ​ລະ​ສັບ​ເວີ​ຊັນ​ທີ່​ໄດ້​ມີ​ການ​ເຂົ້າ​ລະ​ຫັດ​ຜ່ານ​ໄວ້​ຊົ່ວ​ຄາວ​ເພື່ອ​ຂໍ​ລະ​ຫັດ​ເປັນ​ເວ​ລາ​ສູງ​ສຸດ 90 ວັນ. ຂໍ້​ມູນນີ້​ບໍ່​ລວມ​ເອົາ​ຂໍ້​ມູນ​ສ່ວນ​ຕົວ ຫຼື ທີ່​ຢູ່ ຫຼື ​ມັນຈະ​ບໍ່​ຖືກ​ໃຊ້​ເພື່ອ​ລະ​ບຸ​ຕົວ​ຕົນ​ຜູ້​ໃຊ້ງານ WA Notify.

ເມື່ອ​ໃດພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານ?

ພວກເຮົາຈະບໍ່ເກັບເອົາຂໍ້​ມູນຂອງ​ທ່ານ​ຕາມ​ລຳ​ພັງ​ໃຈ ຫຼື ບໍ່ແບ່ງປັນຂໍ້ມູນຂອງທ່ານກັບຜູ້ອື່ນ, ເວັ້ນເສຍແຕ່ ວ່າທ່ານເລືອກທີ່ຈະປ້ອນ​ລະ​ຫັດ​ການ​ຢືນ​ຢັນ ຫຼື ກົດໃສ່ລິ້ງຢືນຢັນ. ຖ້າທ່ານເລືອກເຮັດແນວນັ້ນ, WA Notify ຈະແບ່ງປັນລະຫັດແບບສຸ່ມຂອງທ່ານກັບໂທລະສັບອື່ນໆທີ່ຢູ່ໃກ້ໂທລະສັບຂອງທ່ານ. ລະ​ຫັດ ຫຼື ລິ້ງຢືນຢັນບໍ່ສາມາດເຊື່ອມຕໍ່ກັບຄືນ​ຫາທ່ານໄດ້ໂດຍຜູ້ອື່ນທີ່ບໍ່ສາມາດເຂົ້າເຖິງໂທລະສັບຂອງທ່ານ. ທົບ​ທວນ​ຄືນ​ເບິ່ງ​ຂໍ້ "ພວກ​ເຮົາ​ເກັບ​ເອົາ ແລະ ນຳ​ໃຊ້​ຂໍ້​ມູນ​ຫຍັງ​ແດ່" ຢູ່​ດ້ານ​ເທິງ​ສຸດ​ຂອງ​ໜ້າ​ນີ້​ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວ່າ​ຂໍ້​ມູນໃດ​ຖືກ​ເກັບ​ເອົາ ແລະ ນຳ​ໃຊ້​ຢູ່​ໃນ WA Notify.

ພວກເຮົາປົກປ້ອງຂໍ້ມູນຂອງທ່ານແນວໃດ?

WA Notify ປົກປ້ອງລະຫັດແບບສຸ່ມໂດຍໃຊ້ Exposure Notification Framework (ກອບການແຈ້ງ ເຕືອນກ່ຽວກັບການຕິດ​ເຊື້ອ) ຂອງ Google ແລະ Apple ເຊິ່ງປະກອບມີຂໍ້ກຳນົດທີ່ແນ່ນອນກ່ຽວກັບວິທີ ການໃສ່ລະຫັດ ແລະ ການໂອນພວກມັນ. WA Notify ບໍ່ເກັບຮັກ​ສາ ຫຼື ສ້າງລະຫັດແບບສຸ່ມຂອງທ່ານ — ໂທລະສັບຂອງທ່ານເກັ​ບ​ຮັກ​ສາ ຫຼື ສ້າງຂຶ້ນ.

ສິດຂອງທ່ານຕໍ່ຂໍ້ມູນຂອງທ່ານ

ເນື່ອງ​ຈາກວ່າ​ລະ​ຫັດ​ຢືນ​ຢັນ ແລະ ການ​ນຳ​ໃຊ້​ແອັບ​ພ​ລິ​ເຄ​ຊັນ​ບໍ່​ສາ​ມາດເຊື່ອມ​ຕໍ່​ກັບ​ທ່ານ​ໂດຍ​ປາ​ສະ​ຈາກ​ການ​ເຂົ້າ​ເຖິງ​ໂທ​ລະ​ສັບ​ຂອງ​ທ່ານ, DOH ບໍ່​ມີ​ທາງ​ທີ່​ຈະ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ທ່ານໄດ້. ຍ້ອນ ແນວນີ້, DOH ບໍ່​ສາ​ມາດ​ໃຫ້ຂໍ້​ມູນ​ນີ້​ກັບ​ທ່ານ ຫຼື ລຶບຂໍ້​ມູນນີ້​ໄດ້​ຢ່າງ​ປອດ​ໄພ​, ຖ້າ​ຫາກ​ທ່ານ​ຂໍ. ທ່ານສາ​ມາດຄວບຄຸມການນຳໃຊ້ WA Notify ໄດ້. ໂທລະສັບຂອງທ່ານຄວນອະນຸຍາດໃຫ້ທ່ານປິດການແຈ້ງ ເຕືອນການຕິດ​ເຊື້ອ ຫຼື ລຶບບັນທຶກການສຳຜັດທີ່ເກັບໄວ້ໃນໂທລະສັບຂອງທ່ານໄດ້ທຸກເວລາ. ນອກຈາກນັ້ນ, ທ່ານສາມາດຖອນຕິດຕັ້ງ WA Notify ໄດ້ທຸກເວລາ. ຖ້າທ່ານເຮັດແນວ​ນັ້ນ, ລະຫັດແບບສຸ່ມທັງໝົດທີ່ ເກັບໄວ້ຈະຖືກລຶບອອກ.